top of page

ຕາມຕິດສະຖານະການ covid ໃນລາວ

  • FONGFILM
  • 6 พ.ค. 2563
  • ยาว 2 นาที

อัปเดตเมื่อ 7 มิ.ย. 2563

ພະຍາດ ໂຄວິດ-19 (COVID-19) ສິ່ງທີ່ຜູ້ປົກຄອງຄວນຮູ້

ທ່ານຈະປົກປ້ອງລູກຂອງທ່ານ ແລະ ຕົວຂອງທ່ານເອງໄດ້ແນວໃດ?


ແມ່ນຫຍັງຄື ພະຍາດໂຄໂລນາ “ສາຍພັນໃໝ່” ?

ໂຄໂລນາພະຍາດ ຊະນິດໃໝ່ (CoV) ແມ່ນເຊື້ອຈຸນລະໂລກສາຍພັນໃໝ່ ໂຄໂລນາ.

ພະຍາດທີ່ເກີດຈາກພະຍາດໂຄໂລນາຊະນິດໃໝ່ ແມ່ນຖືກຄົ້ນພົບຄັ້ງທຳອິດ ທີ່ ເມືອງອູຫ້ານ, ສປ ຈີນ, ແລະ ທາງການໄດ້ຕັ້ງຊື່ໃຫ້ພະຍາດນີ້ວ່າ: ພະຍາດໂຄໂລນາ 2019 (ໂຄວິດ-19 ຫຼື COVID-19) – ‘ໂຄ CO’ ໝາຍເຖິງ Corona ໂຄໂລນາ, ‘ວິ VI’ ໝາຍເຖິງ Virus ເຊື້ອຈຸລະໂລກ ແລະ  ‘ດີ D’ ໝາຍເຖິງ Disease ພະຍາດ. ແຕ່ກ່ອນໜ້ານີ້, ພວກເຮົາໄດ້ເອີ້ນພະຍາດນີ້ວ່າ: “ພະຍາດໂຄໂລນາສາຍພັນໃໝ່ 2019” ຫຼື ‘2019-nCoV.’

ພະຍາດ ທີ່ພາໃຫ້ເກີດ ໂຄວິດ-19 (COVID-19) ແມ່ນ ພະຍາດ ຊະນິດໃໝ່ທີ່ເປັນພະຍາດຕະກູນດຽວກັບພະຍາດທີ່ພາໃຫ້ເກີດໝວດອາກາດທາງເດີນຫາຍໃຈຮຸນແຮງ ຫຼື ຊາຣ໌  (SARS) ແລະ ພະຍາດ ບາງຊະນິດທີ່ພາໃຫ້ເກີດໄຂ້ຫວັດທົ່ວໄປ.

ເຊຶ້ອພະຍາດ ໂຄວິດ-19 (COVID-19) ແຜ່ກະຈາຍໄດ້ແນວໃດ ?

ທ່ານສາມາດຕິດແປດພະຍາດຊະນິດນີ້ ຜ່ານການສຳພັດໂດຍກົງກັບລະອອງຟອຍນ້ຳລາຍ ຈາກລະບົບຫາຍໃຈຂອງຄົນທີ່ຕິດເຊື້ອ (ເກີດຈາກ ການໄອ ແລະ ຈາມ) ແລະ ຜ່ານການສຳພັດກັບພື້ນຜິວສິ່ງຂອງທີ່ມີເຊື້ອພະຍາດ. ພະຍາດ ໂຄວິດ-19 ສາມາດມີຊີວິດຢູ່ໜ້າພື້ນຜິວສິ່ງຂອງໄດ້ 2-3 ຊົ່ວໂມງ, ແຕ່ການຂ້າເຊື້ອແບບງ່າຍດາຍ ກໍ່ສາມາດຂ້າພະຍາດຊະນິດນີ້ໄດ້.

ອາການຂອງຄົນເປັນພະຍາດນີ້ຄືເປັນແນວໃດ?

ຄົນເຈັບຈະມີອາການໄຂ້, ໄອ ແລະ ຫາຍໃຈຍາກ. ໃນກໍລະນີທີ່ຮຸນແຮງ, ການຕິດເຊື້ອຈະເຮັດໃຫ້ປອດອັກເສບ ຫຼື ຫາຍໃຈລະບາກ. ໃນບາງກໍລະນີ, ພະຍາດຊະນິດນີ້ກໍ່ເຮັດໃຫ້ເສຍຊີວິດໄດ້.

ອາການເຫຼົ່ານີ້ແມ່ນຄ້າຍຄືກັບອາການຂອງໄຂ້ຫວັດໃຫຍ່ (Influenza) ຫຼື ອາການຂອງໄຂ້ຫວັດທົ່ວໄປ,  ຊຶ່ງພະຍາດດັ່ງກ່າວແມ່ນພົບເຫັນຫຼາຍກວ່າ ໂຄວິດ-19. ນີ້ແມ່ນສາເຫດທີ່ຈະຕ້ອງໄດ້ກວດວິເຄາະເພື່ອຢັ້ງຢືນວ່າຄົນເຈັບເປັນ ໂຄວິດ-19 ແທ້ບໍ່. ມັນສຳຄັນຫຼາຍທີ່ທ່ານຈະຕ້ອງຈື່ໄວ້ວ່າ ມາດຕະການປ້ອງກັນພະຍາດເຫຼົ່ານີ້ແມ່ນຄ້າຍຄືກັນ - ເຊັ່ນ: ລ້າງມືເລື່ອຍໆ ແລະ ຮັກສາສຸຂະອະນາໄມ ໃນເວລາ ໄອ ຈາມ (ປິດປາກໂດຍໃຊ້ຂໍ້ພັບສອກດ້ານໃນ ຫຼື ເຈ້ຍອະນາໄມ ເວລາໄອ ຫຼື ຈາມ, ຫຼັງຈາກນັ້ນໃຫ້ຖີ້ມເຈ້ຍອະນາໄມລົງໃນຖັງຂີ້ເຫຍື່ອທີ່ມີຝາປິດທັນທີ). ປະເທດເຮົາຍັງມີວັກຊີນທີ່ກັນພະຍາດໄຂ້ຫວັດໃຫຍ່ - ສະນັ້ນ, ໃຫ້ຈື່ໄວ້ວ່າຕ້ອງໄດ້ພາລູກຫຼານຂອງທ່ານ ແລະ ໂຕຂອງທ່ານເອງໄປຮັບວັກຊີນໃຫ້ທັນເວລາ. 

ຂ້ອຍຈະຫຼີກລ່ຽງຄວາມສ່ຽງ ໃນການຕິດເຊື້ອພະຍາດນີ້ແນວໃດ?

ວິທີປ້ອງກັນທ່ານ ແລະ ຄອບຄົວຂອງທ່ານຈາກການຕິດເຊື້ອພະຍາດມີດັ່ງລຸ່ມນີ້:

  1. ໝັ່ນລ້າງມືດ້ວຍສະບູ ແລະ ນໍ້າສະອາດ ຫຼື ລ້າງມືດ້ວຍເຈວລ້າງມືທີ່ມີທາດເຫຼົ່າເລື່ອຍໆ

  2. ເວລາ ໄອ, ຈາມ ໃຫ້ປິດປາກໂດຍໃຊ້ຂໍ້ສອກດ້ານໃນ ຫຼື ເຈ້ຍອະນາໄມ, ຫຼັງຈາກນັ້ນ ໃຫ້ຖິ້ມເຈ້ຍອະນາໄມລົງໃນຖັງຂີ້ເຫຍື່ອທີ່ມີຝາປິດທັນທີ

  3. ຫຼີກລ່ຽງການເຂົ້າໄກ້ຄົນທີ່ມີອາການຄ້າຍເປັນຫວັດ ຫຼື ເປັນໄຂ້ 

  4. ໃຫ້ໄປຫາໝໍທັນທີທີ່ທ່ານ ເມື່ອລູກຂອງທ່ານ ເປັນໄຂ້, ໄອ ຫຼື ຫາຍໃຈຍາກ

ຂ້ອຍຄວນຈະໃສ່ໜ້າກາກອະນາໄມບໍ່?

ຖ້າທ່ານມີອາການທາງລະບົບຫາຍໃຈ (ໄອຈາມ), ແນະນໍາໃຫ້ໃສ່ໜ້າກາກອະນາໄມ ເພື່ອປົກປ້ອງບໍ່ໃຫ້ແຜ່ເຊຶ້ອຕໍ່ຄົນອື່ນ. ຖ້າທ່ານບໍ່ມີອາການດັ່ງກ່າວ ກໍ່ບໍ່ຈຳເປັນຕ້ອງໃສ່ໜ້າກາກອະນາໄມກໍ່ໄດ້.

ຖ້າຫາກມີການນຳໃຊ້ໜ້າກາກອະນາໄມ, ຕ້ອງໃສ່ ແລະ ຖິ້ມດ້ວຍວິທີທີ່ຖືກຕ້ອງ ເພື່ອຮັບປະກັນປະສິດທິພາບ ແລະ ຫຼີກລ່ຽງຄວາມສ່ຽງໃນການກະຈາຍພະຍາດເພີ່ມຕື່ມ.

ການໃສ່ໜ້າກາກອະນາໄມແຕ່ຢ່າງດຽວ ແມ່ນບໍ່ພຽງພໍ ຕໍ່ການສະກັດກັ້ນການຕິດເຊື້ອໄດ້ ຕ້ອງໄດ້ໃສ່ໜ້າກາກຄຽງຄູ່ກັບການລ້າງມືເລື່ອຍໆ, ປິດປາກໃນຕອນໄອ ຈາມ ແລະ ຫຼີກລ່ຽງທີ່ຈະຢູ່ໄກ້ຄົນມີອາການຄ້າຍເປັນຫວັດ ຫຼື ເປັນໄຂ້ (ມີອາການ ໄອ, ຈາມ, ຄີງຮ້ອນ).

ເດັກນ້ອຍສາມາດຕິດ ພະຍາດ ໂຄວິດ-19 COVID-19 ບໍ່?

ພະຍາດນີ້ແມ່ນພະຍາດຊະນິດໃໝ່ ແລະ ເຮົາຍັງບໍ່ຮູ້ວ່າມັນມີຜົນກະທົບຕໍ່ເດັກ ແລະ ແມ່ຍິງຖືພາແນວໃດ. ພວກເຮົາຮູ້ວ່າ ຄົນທຸກໄວ ສາມາດຕິດເຊື້ອພະຍາດນີ້ໄດ້, ແຕ່ດຽວນີ້ມີລາຍງານຜູ້ປ່ວຍຕິດເຊື້ອ ໂຄວິດ-19 ທີ່ເປັນເດັກນ້ອຍບໍ່ຫຼາຍປານໃດ. ກໍລະນີທີ່ພະຍາດນີ້ເຮັດໃຫ້ຄົນເຈັບມີອັນຕະລາຍເຖິງຊີວິດແມ່ນເປັນສ່ວນໜ້ອຍ, ແລະ ຈົນເຖິງປະຈຸບັນຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ສູງອາຍຸທີ່ມີ ໂລກປະຈຳໂຕ ມາກ່ອນແລ້ວ.  

ຂ້ອຍຄວນເຮັດແນວໃດ ຖ້າລູກຂ້ອຍມີອາການຄ້າຍຄື ໂຄວິດ-19?

ທ່ານຄວນໄປຫາໝໍ, ແຕ່ທ່ານຄວນຈື່ໄວ້ວ່າຊ່ວງນີ້ແມ່ນລະດູໄຂ້ຫວັດໃຫຍ່ໃນຊີກເໜືອຂອງໂລກ, ແລະ ອາການຂອງໂຄວິດ-19 ເຊັ່ນ:ໄອ ຫຼື ເປັນໄຂ້ ກໍ່ຄ້າຍຄືກັບ ໄຂ້ຫວັດໃຫຍ່ ຫຼື ໄຂ້ຫວັດທຳມະດາ ເຊິ່ງມີໂອກາດເກີດຂຶ້ນຫຼາຍກວ່າ.

ສືບຕໍ່ການທຳຄວາມສະອາດມື ແລະ ລະບົບຫາຍໃຈ ເຊັ່ນ: ການໝັ່ນລ້າງມື ແລະ ພາລູກໄປສັກວັກຊີນ ຕາມກຳນົດເວລາ ເພື່ອປົກປ້ອງລູກຂອງທ່ານຈາກພະຍາດ ແລະ ຈຸລະໂລກອື່ນໆທີ່ກໍ່ໃຫ້ເກີດພະຍາດໄດ້.

ເຊັ່ນດຽວກັນກັບ ການຕິດເຊື້ອທາງລະບົບຫາຍໃຈທົ່ວໄປ ຄືໄຂ້ຫວັດໃຫຍ່, ຖ້າທ່ານ ຫຼື ລູກຂອງທ່ານມີອາການ ແມ່ນໃຫ້ໄປພົບແພດໄວທີ່ສຸດ, ແລະ ພະຍາຍາມຫຼີກລ່ຽງການອອກໄປສະຖານທີ່ສາທາລະນະ (ບ່ອນເຮັດວຽກ, ໂຮງຮຽນ, ສະຖານທີຂົນສົ່ງສາທາລະນະ ແລະ ອື່ນໆ) ເພື່ອປ້ອງກັນການແຜ່ເຊື້ອສູ່ຄົນອື່ນ.

ຂ້ອຍຄວນເຮັດແນວໃດຖ້າຄົນໃນຄອບຄົວຂ້ອຍສະແດງອາການ?

ຖ້າທ່ານ ຫຼື ລູກຂອງທ່ານເປັນ ໄຂ້, ໄອ ແລະ ຫາຍໃຈຍາກ ແມ່ນຄວນໄປພົບແພດໃຫ້ໄວທີ່ສຸດ. ທ່ານຄວນພິຈາລະນາການໂທແຈ້ງ ແພດໝໍ ຫຼື ຜູ້ໃຫ້ບໍລິການດ້ານສຸຂະພາບ ຫຼື ສາຍດ່ວນ 166 (ສະເພາະໃນ ສປປ ລາວ) ຖ້າຫາກທ່ານເຄີຍເດີນທາງໄປພື້ນທີ່ທີ່ມີລາຍງານຜູ້ປ່ວຍຕິດເຊື້ອ ໂຄວິດ-19, ຫຼື ທ່ານໄດ້ໃກ້ຊິດກັບ ຄົນທີ່ເດີນທາງໄປພື້ນທີ່ດັ່ງກ່າວ ແລະ ສະແດງອາການທາງລະບົບຫາຍໃຈ.

ຂ້ອຍຄວນໃຫ້ລູກຂ້ອຍເຊົາໄປໂຮງຮຽນບໍ່?

ຖ້າລູກຂອງທ່ານມີອາການ, ແມ່ນໃຫ້ໄປພົບແພດ, ແລະ ເຮັດຕາມຄຳສັ່ງຂອງແພດໝໍ ຫຼື ຜູ້ໃຫ້ບໍລິການດ້ານສຸຂະພາບ. ອີກທາງເລືອກໜຶ່ງ, ແມ່ນໃຫ້ລູກຂອງທ່ານພັກຜ່ອນຢູ່ບ້ານໃນຂະນະທີ່ມີອາການ ແລະ ຫຼີກລ່ຽງການອອກໄປສະຖານທີ່ສາທາລະນະ ເພື່ອປ້ອງກັນການແຜ່ເຊື້ອສູ່ຄົນອື່ນ ເວລາຕິດເຊື້ອທາງລະບົບຫາຍໃຈອື່ນໆ ເຊັ່ນ: ໄຂ້ຫວັດໃຫຍ່ກໍ່ເຊັ່ນດຽວກັນ.

ຖ້າລູກຂອງທ່ານບໍ່ສະແດງອາການໃດເລີຍ ເຊັ່ນ: ເປັນໄຂ້ ຫຼື ໄອ  – ຍົກເວັ້ນວ່າມີຄໍາແນະນຳ ຫຼື ຄໍາເຕືອນ ຈາກທາງສາທາລະນະສຸກຢ່າງເປັນທາງການ ທີ່ກະທົບໂຮງຮຽນຂອງລູກທ່ານ  – ແມ່ນໃຫ້ລູກທ່ານໄປໂຮງຮຽນດີທີ່ສຸດ.

ແທນທີ່ຈະບໍ່ໃຫ້ລູກໄປໂຮງຮຽນ, ທ່ານຄວນສອນລູກໃຫ້ຮູ້ວິທີທຳຄວາມສະອາດມື ແລະ ລະບົບຫາຍໃຈ ຢູ່ໂຮງຮຽນ ແລະ ບ່ອນອື່ນໆ, ເຊັ່ນ: ການໝັ່ນລ້າງມື (ຂໍ້ມູນເພີ່ມເຕີມເບື້ອງລຸ່ມ), ປິດປາກຕອນໄອຈາມໃສ່ຂໍ້ສອກດ້ານໃນ ຫຼື ເຈ້ຍອະນາໄມ, ຫຼັງຈາກນັ້ນ ໃຫ້ຖິ້ມເຈ້ຍອະນາໄມລົງໃນຖັງຂີ້ເຫຍື່ອທີ່ມີຝາປິດທັນທີ, ບໍ່ໃຫ້ຈັບຕາ, ປາກ ຫຼື ດັງ ຖ້າຍັງບໍ່ທັນໄດ້ລ້າງມືສະອາດ.

ວິທີລ້າງມືທີ່ຖືກຕ້ອງ ແລະ ດີທີ່ສຸດແມ່ນແນວໃດ?

ຂັ້ນຕອນທີ 1: ໃຫ້ນໍ້າໄຫຼຜ່ານມືໃຫ້ມືປຽກ

ຂັ້ນຕອນທີ 2: ໃສ່ສະບູ່ໃຫ້ຫຼາຍພໍຄອບຄຸມມືທີ່ປຽກ

ຂັ້ນຕອນທີ 3: ຮຸກຖູໃຫ້ທົ່ວພື້ນຜິວຂອງມື  – ລວມເຖິງຫຼັງມື, ລະຫວ່າງນິ້ວມື ແລະ ກ້ອງເລັບມື – ຢ່າງຕໍ່າ 20 ວິນາທີ.

ຂັ້ນຕອນທີ 4: ລ້າງມືດ້ວຍນໍ້າສະອາດໃຫ້ທົ່ວເຖິງ

ຂັ້ນຕອນທີ 5: ເຊັດມືໃຫ້ແຫ້ງໂດຍໃຊ້ຜ້າເຊັດທີ່ສະອາດ ຫຼື ເຈ້ຍທິດຊູ້

ໝັ່ນລ້າງມືເລື່ອຍໆ, ໂດຍສະເພາະແມ່ນກ່ອນກິນເຂົ້າ, ຫຼັງຈາກຊັ່ງຂີ້ມູກ, ໄອ ຫຼື ຈາມ, ແລະ ຫຼັງຈາກເຂົ້າຫ້ອງນໍ້າ.

ຖ້າບໍ່ມີນໍ້າ ແລະ ສະບູ່ໃຊ້, ແມ່ນໃຫ້ໃຊ້ເຈວລ້າງມື ທີ່ມີສ່ວນປະສົມຂອງເຫຼົ້າຢ່າງຕໍ່າ 60%. ຖ້າມືເປື້ອນຢ່າງເຫັນໄດ້ຊັດເຈນ, ແມ່ນຕ້ອງລ້າງມືດ້ວຍນໍ້າສະອາດ ແລະ ສະບູ່ທຸກໆຄັ້ງ.

ແມ່ຍິງຖືພາສາມາດສົ່ງຕໍ່ພະຍາດ ໂຄວິດ-19 (COVID-19) ໃຫ້ລູກທີ່ຍັງບໍ່ທັນເກີດໄດ້ບໍ່?

ປະຈຸບັນ, ບໍ່ມີຫຼັກຖານພຽງພໍທີ່ຈະກຳໜົດໄດ້ວ່າພະຍາດສົ່ງຕໍ່ຈາກແມ່ສູ່ລູກ ຫຼື ບໍ່ໃນຂະນະທີ່ຖືພາ, ຫຼື ຜົນກະທົບທີ່ອາດຈະເກີດຂຶ້ນກັບລູກ. ໄລຍະນີ້ແມ່ນຢູ່ໃນລະຫວ່າງການສືບສວນຢູ່. ແມ່ຍິງຖືພາຄວນສືບຕໍ່ປະຕິບັດຕາມຂໍ້ຄວນລະວັງ ແລະ ປົກປ້ອງໂຕເອງຈາກການສຳພັດກັບເຊື້ອພະຍາດ, ແລະ ໄປພົບແພດໃຫ້ໄວທີ່ສຸດເມື່ອມີອາການ ເຊັ່ນ: ເປັນໄຂ້, ໄອ ຫຼື ຫາຍໃຈຍາກ.

ແມ່ລູກອ່ອນທີ່ຕິດເຊື້ອ ໂຄວິດ-19 (COVID-19) ສາມາດໃຫ້ນົມລູກຢ່າງປອດໄພໄດ້ບໍ່?

ແມ່ທຸກທ່ານທີ່ອາໄສຢູ່ໃນເຂດທີ່ຖືກກະທົບ, ມີຄວາມສ່ຽງ ແລະ ມີອາການເປັນໄຂ້, ໄອ ຫຼື ຫາຍໃຈຍາກ ແມ່ນຄວນໄປພົບແພດໃຫ້ໄວທີ່ສຸດ ແລະ ເຮັດຕາມຄຳສັ່ງຂອງ ແພດໝໍ ຫຼື ຜູ້ໃຫ້ບໍລິການດ້ານສຸຂະພາບ.

ຫຼັງຈາກພິຈາລະນາຜົນດີຂອງການໃຫ້ນົມລູກ ແລະ ຄວາມສ່ຽງທີ່ຕໍ່າໃນການສົ່ງຕໍ່ພະຍາດທາງລະບົບຫາຍໃຈໃນຂະນະໃຫ້ນົມລູກ, ແມ່ສາມາດສືບຕໍ່ໃຫ້ນົມລູກ ໃນຂະນະທີ່ປະຕິບັດຕາມຂໍ້ຄວນລະວັງທີ່ສຳຄັນທັງໝົດ.

ສຳລັບແມ່ທ່ານໃດທີ່ມີອາການ ແຕ່ຍັງແຂງແຮງພໍທີ່ຈະໃຫ້ນົມລູກ, ແມ່ນໃຫ້ໃສ່ໜ້າກາກອະນາໄມ ຍາມທີ່ເຂົ້າໃກ້ລູກ (ລວມເຖິງຕອນປ້ອນນົມລູກ), ລ້າງມືກ່ອນ ແລະ ຫຼັງສຳພັດລູກ (ລວມຕອນປ້ອນນົມ), ແລະ ລ້າງ ຫຼື ຂ້າເຊື້ອພື້ນຜິວທີ່ປົນເປື້ອນ  – ເຊິ່ງຄວນຈະປະຕິບັດ ໃນທຸກກໍລະນີຂອງຄົນທີ່ໄດ້ຮັບການຢັ້ງຢືນ ຫຼື ສົງໄສວ່າເປັນ ໂຄວິດ-19 ແລະ ມີການພົວພັັນກັບຄົນອື່ນ, ລວມເຖິງເດັກນ້ອຍ.

ຖ້າແມ່ບໍ່ສະບາຍເກີນໄປ, ແນະນໍາໃຫ້ເພິ່ນປໍ້ານົມ ແລະ ປ້ອນນົມລູກຜ່ານຈອກ ແລະ/ຫຼື ບ່ວງທີ່ສະອາດ  – ໃນຂະນະດຽວກັນ ໃຫ້ປະຕິບັດຕາມວິທີປ້ອງກັນການຕິດເຊື້ອຕາມປົກກະຕິ.




Comments


Sang LOVE Saykham
08:00
เสบสด สามสิบยังแจว
02:28
ฝากลำถิงบ้าน ລູກໄມ້ເມືອງມຸນ Lyric
เมิองลาวเบยลาว เสบสด สงกาน 2017
03:24
bottom of page