ໃຜຕົກວຽກ ຕົກງານ ຢ່າລືມສະເໜີຕົວ ເພື່ອພາກລັດຊ່ວຍຫາທາງແກ້ໃຫ້
- FONGFILM
- 9 มิ.ย. 2563
- ยาว 1 นาที
ພວກເຮົາຮູ້ໆກັນດີ ຫຼັງCOVID19 ມີຫຼາຍຄົນຂາດລາຍໄດ້ຍ້ອນທຸລະກິດຕ່າງໆໄດ້ຢຸດຕິກິດຕະການ, ຍົກເລີກສັນຍາແຮງງານ ບໍ່ວ່າແຕ່ຜູ້ເຮັດວຽກຢູ່ພາຍໃນ ຕ່າງປະເທດກໍ່ເຊັ່ນດຽວກັນ ດັ່ງນັ້ນ, ກະຊວງແຮງງານ ແລະສະຫວັດດີການສັງຄົມ ຈິ່ງມີແຜນເກັບກຳຂໍ້ມູນແຮງງານທີ່ໄດ້ຮັບຜົນກະທົບທັງໝົດ ເພື່ອຫາທາງແກ້ໄຂໃນສະເພາະໜ້າ ໂດຍສະເພາະຜູ້ທີ່ໄປເຮັດວຍກບໍ່ຖືກຕ້ອງຢູ່ຕ່າງປະເທດກໍ່ໃຫ້ໄດ້ຮັບການຊ່ວຍເຫຼືອໄປໃຫ້ຖືກທິດທາງ, ສອງຜູ້ທີ່ຕົກວຍກຢູ່ພາຍໃນກໍ່ໃຫ້ໄດ້ຮັບການຊັບຊ້ອນໃສ່ຕຳແໜ່ງງານທີ່ເໝາະສົມໃນຫົວໜ່ວຍທຸລະກິດຕ່າງໆ.

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກແຈ້ງການເຖິງຜູ້ອອກແຮງງານລາວທີ່ກັບມາຈາກປະເທດໄທ, ຜູ້ວ່າງງານເນື່ອງຈາກການໂຈະ ແລະ ປິດກິດຈະການຂອງຫົວໜ່ວຍແຮງງານພາຍໃນປະເທດ ໂດຍອີງຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 461/ຫສນຍ ເພື່ອຈັດຕັ້ງຜັນຂະຫຍາຍຄຳສັ່ງຂອງນາຍົກລັດຖະມົນຕີ ພ້ອມທັ້ງ, ອີງຕາມແຈ້ງການຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະບັບເລກທີ 0845/ຮສສ ໃນການການຕິດຕາມ ແລະເກັບກຳຂໍ້ມູນຂອງຜູ້ອອກແຮງງານລາວ ທີ່ຈະກັບມາຈາກປະເທດໄທ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19.
ເນື່ອງຈາກການແຜ່ລະບາດພະຍາດໂຄວິດ-19 ໄດ້ສົ່ງຜົນເຮັດໃຫ້ປະຊາຊົນລາວທີ່ອອກແຮງງານຢູ່ປະເທດໄທແບບຖືກຕ້ອງ ແລະ ບໍ່ຖືກຕ້ອງຕາມກົດໝາຍ ພາກັນກັບຄືນມາປະເທດເປັນຈຳນວນຫຼາຍ ພ້ອມກັນນັ້ນ ກໍສົ່ງຜົນໃຫ້ ທຸລະກິດ, ຫ້າງຮ້ານ ແລະ ກິດຈະການຕ່າງໆ ກໍຄືຫົວໜ່ວຍແຮງງານຕ້ອງຖືກປິດຊົ່ວຄາວ ແລະ ປິດຖາວອນໃນທົ່ວປະເທດ ເຮັດໃຫ້ເກີດສະພາບການວ່າງງານ ໃນການສືບຕໍ່ໃຫ້ການຊ່ວຍເຫຼືອຜູ້ອອກແຮງງານ ທີ່ໄດ້ຮັບຜົນກະທົບ ຕາມພາລະບົດບາດຂອງຂະແໜງແຮງງານ ແລະ ສະຫວັດດີການສັງຄົມ.


ຕາມແຈ້ງການຂອງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແມ່ນໃຫ້ພະແນກ ຮສສ ແຂວງ ແລະນະຄອນຫຼວງວຽງຈັນ ປະສານສົມທົບກັບແຮງງານ ແລະ ສະຫວັດດີການສັງຄົມເມືອງ, ອຳນາດການປົກຄອງເມືອງ ແລະ ອຳນາດການປົກຄອງບ້ານເພື່ອເກັບຂໍ້ມູນຂອງຜູ້ອອກແຮງງານລາວທີ່ກັບມາຈາກປະເທດໄທ ແລະ ຜູ້ອອກແຮງງານທີ່ວ່າງງານຍ້ອນສະພາບການລະບາດ ພະຍາດໂຄວິດ 19. ຂໍ້ມູນທັ້ງໝົດຂອງຜູ້ອອກແຮງງານເຫຼົ່ານັ້ນ ແມ່ນມີຄວາມສຳຄັນ ແລະ ຈຳເປັນໃນການສ້າງກົນໄກ ແລະ ອຳນວຍຄວາມສະດວກ ໃນການເຂົ້າເຖິງການຈ້າງງານພາຍໃນປະເທດ ພາຍຫຼັງວິກິດການລະບາດຂອງພະຍາດໂຄວິດ 19 ໂດຍຜ່ານການພັດທະນາສີມືແຮງງານ ແລະ ຈັດຫາງານ. ພ້ອມນີ້, ກໍຈະເປັນຂໍ້ມູນອ້າງອີງ ໃຫ້ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ໃນການຊ່ວຍປະສານເພື່ອດຳເນີນ ນະໂຍບາຍຕ່າງໆຕາມກົດໝາຍ ແລະ ລະບຽບການ.
ພ້ອມນີ້ຕ້ອງລົງສົມທົບກັບອຳນາດການປົກຄອງບ້ານ ໃຫ້ຊ່ວຍເກັບກຳຂໍ້ມູນຂອງປະຊາຊົນຜູ້ອອກແຮງງານລາວທີ່ກັບຈາກປະເທດໄທ ແລະ ຜູ້ອອກແຮງງານລາວທີ່ວ່າງງານພາຍໃນບ້ານຂອງຕົນ ໃຫ້ລະອຽດ ແລະ ຄົບຖ້ວນ.
ການເກັບກຳຂໍ້ມູນຕ້ອງສົ່ງໃຫ້ກະຊວງ ຮສສ (ກົມພັດທະນາສີມືແຮງງານ ແລະ ຈັດຫາງານ) ກ່ອນວັນທີ 20 ພຶດສະພາ 2020

ຫລືອ ຄີກທີ່ຮູບພາບ
Comments